Duration 15:33

ວັນພິເສດຂອງເດັກນ້ອຍຂັ້ນ ປ. 1 - Special Day for Grade 1

Published 3 May 2020

ເຈົ້າຍັງຈື່ ທ. ປັນຍາບໍ່? ລາວແມ່ນເດັກນ້ອຍຜູ້ຊາຍຈາກ ຕອນ: ມື້ເຂົ້າຮຽນໃໝ່ຂອງເດັກນ້ອຍຂັ້ນ ປ.1. ໃນມື້ເຂົ້າຮຽນມື້ທຳອິດລາວຢ້ານ ແລະ ຮ້ອງໄຫ້. ຕອນນີ້ ປັນຍາຮຽນຈົບຂັ້ນ ປ. 1 ແລ້ວ. ມາຟັງ ນ. ມິສຸດາເລົ່າເລື່ອງວ່າ ທ. ປັນຍາປ່ຽນໄປໄດ້ແນວໃດ ແລະ ເບິ່ງສິ່ງດີໆທີ່ລາວໄດ້ຮຽນຮູ້ນຳກັນ. ຢູ່ບ້ານປ່າຜາສຸກ, ມື້ນີ້ແມ່ນມື້ເຂົ້າຮຽນມື້ສຸດທ້າຍ. ນ. ດີ, ທ. ດອນ, ນ. ຫຼ້າ ແລະ ໝູ່ເພື່ອນຂອງພວກເຂົາຄຶດຮອດມື້ທີ່ພວກເຂົາມ່ວນຊື່ນຢູ່ໂຮງຮຽນ. ໃນຂະນະດຽວກັນ ພວກເຂົາວາງແຜນເຮັດກິດຈະກຳຕ່າງໆໃນຊ່ວງພັກແລ້ງເຊັ່ນກັນ... ເຈົ້າຢາກຮູ້ບໍ່ວ່າຈະເປັນແນວໃດ? ຖ້າຢາກຮູ້ມາເບິ່ງນຳກັນເລີຍ! Do you still remember Panya? He is the boy from “First Day of School” episode? He was so worried about his first school day and cried. Now Panya has just finished Grade 1. Let’s listen to Ms Misouda telling us how Panya has changed and all the great things he has learnt. In Ban Paphasouk, this is the last day of school too. Dee, Done, Lar and their friends are remembering their best school moments. They also have plenty of plans for the holidays…. Do you want to know more? Let’s watch together

Category

Show more

Comments - 0